Laos Maps
ກົດໃສ່ຊື່ແຂວງ ເພື່ອເບິ່ງຂໍ້ມູນລະອຽດ
ແຜນທີ່ປະເທດລາວ
ອັນວ່າດວງດອກໄມ້       ເຕັມທົ່ວປັດຕະພີ
ເກີດມີຫລາຍສັນສີ         ທົ່ວໄປໃນເມືອງບ້ານ
ແຕ່ບໍ່ບານຄືເຈົ້າ            ຈຳປາຜູ້ລືຊື່
ດອກອື່ນດີແຕ່ເວົ້າ         ທາງຕົ້ນພັດແມ່ນຫນາມ
ອັນວ່າຈຳປານີ້               ມີມາແຕ່ອະດີດ
ຕົ້ນກໍ່ອ່ອນ ງ່າກໍ່ນຸ້ມ ດອກກໍ່ຫອມ ເລືອດກໍ່ຂາວ ໃຈກໍ່ກວ້າງ ບໍ່ຫວັງມ້າງຊາດອື່ນໃດ
ແຜນທີ່ ທີ່ໄດ້ນຳສະເໜີນີ້ ຈະເກີດຜົນປະໂຫຍດຢ່າງມະຫາສານແກ່ວຽກດັ່ງຕໍ່ໄປນີ້:
The proposed maps will be very useful for the following works

I.ວາງແຜນ
I. Planning
1. ວຽກກໍ່ສ້າງພື້ນຖານໂຄງລ່າງ, Basic infrastructures development
  2. ວຽກປ້ອງກັນຊາດ, National defense
  3. ວຽກປ້ອງກັນ ຕ້ານໄພທຳມະຊາດ ແລະ ກອບກູ້,ຢຽວຢາຫລັງຈາກຖືກກະທົບຈາກໄພທຳມະຊາດ,Protection,evacuation,
      rescue and rehabilitation of natural disasters

  4. ວຽກຈັດສັນ ແລະ ສ້າງແຜນທີ່ຕອນດິນ, Land use management
  5. ວຽກວາງຫຼັກເຂດແດນ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ແລະ ລະຫວ່າງປະເທດ, National and
      international demarcation of boundary

II.ການນຳໃຊ້ Use
6. ຈະຊ່ວຍໃຫ້ນັກວາງແຜນ ນັກພັດທະນາ ບັນລຸເປົ້າຫມາຍທັນເຫດການ ແລະ ປະຢັດຕົ້ນທຶນ.
     ແຜນທີ່ເລົ່ານີ້ຈະອຳນວຍຜົນປະໂຫຍດສູງສຸດ ແກ່ນັກວິຊາການຂັ້ນເມືອງ ເພາະພວກເພິ່ນຢູ່ກັບ
     ພື້ນຖານຕະຫລອດເວລາ ສາມາດໄຈ້ແຍກບັນຫາທາງດ້ານເຕັກນິກພາຍໃນເມືອງຂອງຕົນ  
     ສະເຫນີຕໍ່ການນຳທ້ອງຖິ່ນຂອງຕົນ ເພື່ອສະເຫນີສູນກາງ.
To ease planners and developers reaching their goal faster and save costs and  time

III. ຜົນປະໂຫຍດສູງສຸດ Advantages
7. ແຜນທີ່ເຫລົ່ານີ້ ຈະເປັນພາຫະຊ່ວຍເສີມ ແຜນບຸກທະລຸ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 9
    ຂອງສູນກາງພັກປະຊາຊົນປະຕວັດລາວ ໃຫ້ ປະສົບຜົນສຳເລັດແນ່ນອນ./.
These maps will be part of mechanism to realize the Resolution of the 9th Congress of the Central
    Committee of the Lao People's Revolutionary Party
ຂໍເປັນແຮງຫນຶ່ງໃນການ ຊ່ວຍພີ່ນ້ອງປະຊາຊົນລາວ
ໃຫ້ຫລຸດພົ້ນຈາກຄວາມທຸກຈົນ
ປະເທດຊາດຫລຸດພົ້ນຈາກປະເທດດ້ອຍພັດທະນາ
ກ່ອນປີ 2020
LET US BE PART TO NATIONAL POVERTY
ERADICATION AND ACCELERATION FOR
LIFTING THE NATION FROM
UNDERDEVELOPMENT BY 2020
ສຳນັກງານຕັ້ງຢູ່: ບ້ານ ນາຊອນ ເຮືອນເລກທີ 124, ຖະຫນົນ 13ໃຕ້ ເມືອງ ປາກງື່ມ ນະຄອນຫລວງວຽງຈັນ
                      ໂທລະສັບ: 856 20 56423397 ,                                 856 20 23466633           
                      e-mail: mahanin27@gmail.comkeotaknv2010@yahoo.com
                                 viengsone777@gmail.com                keota_2006@yahoo.com
www.laos-map.tkwww.laos-map.webstarts.com
Our contact: 13 th South Rd. House No. 124, Nasone Village, Pak Ngum District Vientiane Capital, Lao PDR. 
ສົ່ງຄວາມຄິດເຫັນມາໄດ້                              ສົ່ງຄວາມຄິດເຫັນ       
    ຄິກໃສ່ leave comment ທາງລຸ່ມ                    ຄິກໃສ່ ADD a comment

                                                                                                                                                           ພາບ 3D ສ້າງດ້ວຍ ຄ່າລະດັບຄວາມສູງ ແລະ satellite map
                                                                                                                                                            ເມືອງກະລຶມ ແຂວງເຊກອງ 8x8km



laos
maps

ນັບຕັ້ງແຕ່ມື້ພຸ້ນ           ເຮົາໄດ້ຈາກກັນໄກ
ຄາວແຕ່ ພໍ່ແມ່ເຮົາ         ພາກກັນແຮມຮ້າງ
ກໍ່ຫາກ ເຫິງນານແລ້ວ     ປານເຮືອແຈວໄກຕະຝັ່ງ
ດອກສະມັ່ງ    ມັນຫາກໄກຈາກຕົ້ນ    ບໍ່ມີມື້ສິຕ່າວຄືນ

ມີແຕ່ເສົາເຮືອນຕັ້ງ            ເຕືອນວ່າມີລາວເນົາຢູ່
ອີກທັງແຈ່ວປາແດກແຊບ    ເຂົ້າໜຽວຈ້ຳຈ່ອມກິນ
ສຽງແຄນລາວດັງກຶກກ້ອງ    ປົນຂັບລຳຟັງມ່ວນ
ແລ້ວກໍ່ແອະແອ່ນຟ້ອນ        ພໍໄດ້ເອີ້ນວ່າລາວ

ການເວລາມັນໄກເຍີ້ນ         ເອີ້ນສັ່ງບໍ່ເຫັນກັນ
ແຕ່ຫາກມີຄຳວ່າລາວ         ເຫລືອເປັນສາຍລາຍກ້ຽວ
ຄຳວ່າລາວຄຳນີ້                ຄິດດີໆໃຈຖີ່ໆ
ຂໍໃຫ້ຊາວພີ່ນ້ອງຟັງແລ້ວ     ໄດ້ຮ່ຳຮອນແດ່ທ້ອນ    
ວິທີເບິ່ງລະດັບນ້ຳຖ້ວມ
Champasack
Salavan
Xekong
Attapu
Bolikhamxai
Vientiane
Xiangkhouang
Houaphan
Louangphrabang
Oudomxai
Phongsali
Xaignabouli
Louangnamtha
Bokeo
ບັນທຶກຊາດນີ້ໄວ້ຈົນຊົ່ວ ລູກ...ຫຼານ... ເຫຼັນ...
ລາວລຳລຶກ

ຂຸນບູລົມຣາຊາເຈົ້າ             ໂຄຕໝູ່ລາວເຮົາ
ຟ້າງຸ່ມລືເລີດຫຼ້າ         ໂຮມລາວໃຫ້ເປັນເອກ
ໄຊເຊຊຖາປົກເປົ່າປ້ອງ         ລາວໄວ້ຈຶ່ງບໍ່ສູນ
ສຸລິຍະວົງສາພາໄພ່ສ້າງ    ເມືອງລາວວິໄລຍິ່ງ
ລາວປັດຈຸບັນ ໃຫ້ຊ່ວຍກັນກູ້       ລາວນັ້ນຈຶ່ງສິເຮືອງ ແທ້ດາຍ


ນັບແຕ່ຄັ້ງ                     ລັງກາ"ວ໌"ເນົາຢູ່
ຄິດເຖິງປູ່ຢູ່ບໍ່ແລ້ວ          ໃຈມັນຊ້ຳແມ່ນຢູ່ໃນ
ອັນວ່າໄຟລາມໄໝ້         ໂກນໄຮບໍ່ມີມອດ
ຈຶ່ງໄດ້ປົບຫຼີກລີ້              ເນົາຢັ້ງຢູ່ຫຼີ່ຜີ
ຄັນວ່າເປັນເດືອນແລ້ວ    ແກມດາວຝູງໃຫຍ່
ໄພ່ໂອບລ້ອມ                ດອມເຈົ້າແມ່ນເພິ່ງບຸນ
ແມ່ນວ່າເອົາແຕ່ພຸ້ນ       ກໍ່ເຫຼືອແຕ່ແຄນເຮົາ
ນອນເຮືອນສູງ             ຜ້າບ່ຽງໄໝພາຍໄວ້
ລາຍຜືນຜ້າ                 ຄຽນແອວວຽນຮອບ
ສອດຕ່ຽວເຂົ້າ             ກໍ່ມີເຈົ້າໜຶ່ງດຽວ
ທຽວທາງເວີ້ງ             ເຫິງບໍ່ນານມັນກໍ່ຮອດ
ເລີ່ມຈາກສາມກ້ອນເສົ້າ         ຕີເຈົ້າຢູບໍ່ຖອຍ
ເອົາຈາກນ້ອຍ                     ຕີໃຫຍ່ບໍ່ມີເຫຼືອ
ໂຮມທັງໝົດ                        ບໍ່ໃຫ້ເຫຼືອຫຍັງຄ້າງ
ບາງໂຮມແກ້ວ                     ເຄືອມັນແກວກະບໍ່ຢູ່
ປູດ້ວຍໄມ້                           ຫຼັງນັ້ນແມ່ນຫຍ້າຄາ
ພາກັນສ້າງ                       ຫຼວງພະບາງຈົນຮຸ່ງ
ປັ້ນເຂົ້າໜຽວຈ້ຳກັບແຈ່ວປາແດກຕຸ້ງ
ຢ່າມາຫຍຸ້ງເດີອາວ (ນອ້ງພໍ່)
ໂຮມກັນແລ້ວ              ເມືອງວຽງຄຳຟົດສະນັ່ນ
ມະໂຫລີພ່ຳພ້ອມ         ແຄນນ້ອຍຄ່ອຍຕາມ
ຄ້ອງວົງຕີຕາມຫຼັງ        ໝູ່ສະໄນເປົ່າເປັນວົງລ້ອມ
ສຽງແຊ່ງຕັດ               ແສນສະອອນຊອນເຈົ້າ
ຟ້າໄດ້ໂຮມເຮົາແລ້ວ     ໃຫ້ມີແນວສືບຕໍ່
ໝໍ່ພຸດໂທເພິ່ນຈົ່ງໄວ້     ບໍ່ຫາຍສ້ຽງດອກຕ່ອນບຸນ
ຟ້າໄດ້ຈົບແຕ່ພຸ້ນ                   ນ້ຳຂາດເຂີນວັງ
ຕັດເປັນເກາະຝຸງດອນ           ແຕ່ເໜືອລົງຫາໃຕ້
ໄຟມັນຍັງລາມໃໝ້                ດອນໝາກເຂືອບໍ່ທັນມຸ່ນ
ຍັງເຫຼືອ 16 ແຜ່ນຟ້າ ຍັງ 15 ແຜ່ນດິນ
ຕາບໃດຟ້ານັ້ນຍັງບໍ່ປີ້ນ              ດິນບໍ່ຍຸບເປັນຜືນ
ເດືອນສູ້ກັບຕາເວັນ                   ໃຫ້ເກີດໄຟເຜົາລ້າງ
ແລ້ວຈຶ່ງພາກັນສ້າງ                    ຕາມແນວທາງໃຫ້ສອດຄ່ອງ
ມີແຕ່ໄຕລ້ວນ ໆ                       ເຮົາສ້າງຈຶ່ງຈະເລີນ
ໃຫ້ຮອດເຈັດເຈົ້າຟ້າ                    ຈະໄດ້ຖອດມົງກຸດ
ເຈັດຊົ່ວຄົນຍອມມຸດ                  ມອບກາຍຖະຫວາຍເຈົ້າ
ເຈັດຊົ່ວໂຄດໄດ້ກ່າວອ້າງ            ທຳນາຍໄວ້ບໍ່ໄດ້ລືມ
ເຫັນວ່າຟ້າຂີ້ຫຼື້ມ                       ຟັນບໍ່ຂາດໃຫ້ຄຸງຂຽງ
ປີມະໂລງຕໍ່ມະເສັງ                    ແມ່ນບໍ່ເຫຼືອພໍດີ້
ເຫຼືອແຕ່ຫລັກໄຊໄວ້                  ຈໍຕໍ່ກຸນແມ່ນສະຫວ່າງ
ຝູງໝູ່ນາກ ແມ່ນສິສ້າງ
ເມືອງບ້ານແມ່ນ ຈະເລີນ ພ້ອມແລ້ວ.


ຕາມພົງສາວະດານລາວ, ກ່ອນນີ້ສອງພັນກວ່າປີ ລາວເຄີຍມີເອກະລາດຢູ່ໃນອານາຈັກອ້າຍລາວເຊິ່ງມີນະຄອນເພງາຍ
(ຢູ່ປະເທດຈີນ) ເປັນເມືອງຫຼວງ. ອານາຈັກໜອງແສ ມີຄວາມຈະເລີນຮຸ່ງ
ເຮືອງ, ມີອານາເຂດກວ້າງຂວາງ ມີກະສັດເຈົ້າຂຸນບູລົມລາຊາທິລາດປົກຄອງ.
 ເຈົ້າຂຸນບູລົມ ມີລູກຊາຍ 7 ຄົນ, ເພື່ອຂະຫຍາຍເຂດແດນປົກຄອງລົງມາ
ທາງໃຕ້; ພະອົງໄດ້ແຕ່ງຕັ້ງໃຫ້ລູກຊາຍທັງ 7 ນັ້ນ ໄປສ້າງສາ ແລະ ປົກຄອງ
ເມືອງຕ່າງໆຄື:

1. ຂຸນລໍໄປປົກຄອງເມືອງຊວາ (ຫຼວງພະບາງ).
2. ຍີຜາລານ ໄປປົກຄອງເມືອງຕ້າຫໍ ຫຼື ຫໍແຕ (ຕາລີຟູປະເທດຈີນ).
3. ສາມຈຸສົງ ໄປປົກຄອງນະຄອນຈຸລະນີ (ຕົງແກງຫວຽດນາມ).
4. ຂຸນໃສພົງ ໄປປົກຄອງເມືອງໂຍນົກ ຫຼື ລ້ານນາ (ຊຽງໃຫມ່).
5. ຂຸນງົວອິນ ໄປປົກຄອງເມືອງ ອະໂຍທະຍາ (ອະຍຸດທະຍາ).
6. ຂຸນລົກກົມໄປປົກຄອງເມືອງ ຫຼ້າຄຳມ່ວນ (ສີໂຄດຕະບອງ).
7. ຂຸນເຈັດເຈືອງ ໄປປົກຄອງ ເມືອງພວນ (ຊຽງຂວາງ).

ກ່ອນຈະໄປຄອງເມືອງຂອງແຕ່ລະອົງຊາຍທີ່ໄດ້ກ່່າວມານັ້ນຂຸນບູລົມ
ໄດ້ອົບຮົມສັ່ງສອນລູກແຕ່ລະຄົນເປັນສຳນວນຄຳກອນຕ່າງກັນ ດັ່ງນີ້:

ຂຸນບູລົມ ສັ່ງສອນລູກຊາຍກົກ :
ລູກເອີຍ  ເຈົ້າຜູ້ເກີດເຫັນຟ້າ  ເຫັນດິນກ່ອນເພື່ອນ
ເປັນຄູ່ດິນຄູ່ຟ້າ ໃຫ້ແລລ່ຳ ຜູ້ເກີດລຸນ ພໍ່ເນີ
ອັນວ່າຄວາມແຂງກ້າ  ລູກຈົ່ງຊ່ວຍຜູ້ເຍົາໄວ
ຢ່າໄດ້ໄປຂົ່ມເຫັງ      ຜູ້ບໍ່ມີແຮງຕ້ານ
ໃຫ້ເຈົ້າເລາະລຽບບ້ານ  ສຸວັນນະພູມເຈົ້າຈຶ່ງຢູ່ເຢັນ ແທ້ດາຍ

ຂຸນບູລົມ ສັ່ງສອນລູກຊາຍຜູ້ຖ້ວນ 2:
ລູກເອີຍ ເຈົ້ານັ້ນເປັນຜູ້ນ້ອງ  ລອງຊາຍຜູ້ເກັ່ງກາດ
ໃຫ້ເຈົ້າຄຽງຄູ່ອ້າຍ  ທຽມຂ້າງຢ່າໄດ້ວາງ
ຢ່າໄດ້ເອົາມາອ້າງ  ຄວາມງາມມັນບໍ່ຮຸ່ງ
ເອົາແຕ່ຄວາມອ່ອນນ້ອມ  ຊອນຫຼ້າຜູ້ເກີດລຸ່ນ ພໍ່ເນີ.


ຂຸນບູລົມ ສັ່ງສອນລູກຊາຍຜູ້ຖ້ວນ 3:

ລູກເອີຍເຈົ້ານີ້ເປັນຜູ້ກ້າ ຖ້ວນ 3 ລູກຊາຍພໍ່
ຍ່າງ ລູກຢ່າຍ່າງເທື່ອວາ ມາລູກຢ່າມາເທື່ອຄືບ
ລູກຢ່າດືບເທື່ອນີ້ວ ໃຫ້ລູກສອດສ່ອງລີ້ວ ຕາມອ້າຍບ່າວຊາຍພໍ່ເນີ
ຄວາມເຈັບໃຫ້ລູກປົກປ້ອງໄວ້ ຄວາມໄຂ້ລູກຢ່າໃຫ້ມາເຢືອນ
ໃຫ້ຫລິງແລເຮືອນຊານ  ເຂດສຸວັນນະພູມເຈົ້າ.

ຂຸນບູລົມ ສັ່ງສອນລູກຜູ້ຖ້ວນ 4:

ມື້ນີ້ ເປັນວັນຂຶ້ນ 11ເພັງ 15ຄ່ຳ ຈຳໄວ້ເດີລູກເຈົ້າ ບິດາໃຫ້ຖ່າຍຖອນ
ໃຫ້ເຈົ້າວອນເທບໄທ້ ພົມມະໂລກອິນຕາ ພ້ອມໄພ່ປວງປະຊາ ເຊີດຊູເອົາໄວ້
ຂັນ4 ຍໍເຖິງໄທ້ ເຈົ້າແມ່ທໍລະນີ ຂັນ5 ຍໍໃສ່ຕົນເພື່ອມວນປະຊາສ້າງ
ຂັນ8 ຍໍຍົກໃຫ້ຜູ້ປະເສີດນຳພາ ພຸດ ໃຫ້ລູກວ່າ ພຸດ ໂທ ໃຫ້ລູກວ່າໂທ
ທັມໂມ ໃຫ້ລູກວ່າ ທັມໂມ ສັງໂຄ ໃຫ້ລູກວ່າ ສັງໂຄ ຈຶ່ງຈະເລີນໄປໄດ້
ເຫັນໄພ່ທຸກ ລູກຢ່າຫນີ ເຫັນໄພ່ດີ ລູກຢ່າຟ້າວຍ້ອງ
ໃຫ້ລູກເຂົ້າປົກປ້ອງ ປະຊາໄວ້ຈຶ່ງຖືກທາງ ເນີ ລູກເນີ.

ຂຸນບູລົມ ສັ່ງສອນລູກຜູ້ຖ້ວນ 5:

ເຈົ້າເປັນຜູ້ທີ 5 ນຳມາໂຊກຍິ່ງໃຫຍ່
ຖ້າປົກປ້ອງໄພ່ໄດ້   ມານນັ້ນຈຶ່ງບໍ່ບຽນ
ເງິນນັ້ນຢູ່ຟາກນ້ຳໃຫ້ເຈົ້າຄ່ອຍພຽງອົດ
ເຮັດແນວໃດສິມາມື ໃຫ້ຄ່ອຍພຽນຫາໄວ້
ພໍ່ບໍ່ມີອັນໃຫ້ ມີແຕ່ໄຕພໍ່ສິຝາກ
ຝາກໃຫ້ລູກຜູ້ຫ້າ ໃຫ້ຈຳໄວ້ໃສ່ໃຈ
ໄຕໜຶ່ງ ໄຕຂອງເຈົ້າ ລູກຈົ່ງຄ່ອຍນຳຄອງ
ໄຕສອງ ໄຕຂອງສົງ ລູກຢ່າປົງໃຫ້ນຳສ້າງ
ໄຕສາມ ໄຕຂອງຂ້າ ບິິດາຜູ້ເປັນພໍ່
ເກີດແກ່ຂອງໝູ່ເຈົ້າ ຢ່າເວີງເວັ້ນຫລີກໜີ ເນີ ລູກ ເນີ.

ຂຸນບູລົມ ສັ່ງສອນລູກຜູ້ຖ້ວນ 6:

ເຈົ້າຫັ້ນຖິດຜູ້ຫລ້າ  ຫັນມາພໍ່ສິສັ່ງ
ໄປເຫນືອ  ໃຫ້ລູກໄປເມືອງໄກ
ລົງໃຕ້   ໃຫ້ລູກໄປເມືອງກວ້າງ
ຄັນໄປໃສບໍ່ໄດ້  ໃຫ້ເອົາໃຈເຂົ້າເພິ່ງ
ຫລຽວເບິ່ງພຸ້ນເບິ່ງພີ້ ຢ່າລືມສ້າງຫລີ່ຜີ ພໍ່ໄດ໋
ສຸຂ ລູກຢ່າສຸເອົາ   ເບົາລູກຢ່າສຸແບກ
ລຳບາກດ້າມເລັກນ້ອຍ   ເອົາໃຈສູ້ສິຈະເລີນ ເນີ ລູກເນີ.

ຂຸນບູລົມ ສັ່ງສອນລູກຊາຍຜູ້ຖ້ວນ 7:

ເຈົ້ານີ້ເປັນຜູ້ນ້ອຍ   ບໍ່ດຽວດາຍດອກພໍ່ວ່າ
ຄັນລູກທຸກ    ລູກຢ່າສຸລືມ"ປານາ"
ຄັນລູກຄາ    ລູກຢ່າສຸລືມ"ສະມາທິ"
ຄັນລຳບາກແທ້ໆ    ຢ່າລືມຮ້ອງຫານາກເຮົາ ເນີ ລູກເນີ.